SBS Lao - SBS ພາສາລາວ
By SBS
Independent news and stories connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.
Latest episode
-
ຄວາມສຳຄັນຂອງການບໍຣິຈາກອະໄວຍະວະ
Donate Life ກໍາລັງພະຍາຍາມຊຸກຍູ້ ໃຫ້ ຊາວອອສເຕຣເລັຍຈົດທະບຽນເປັນຜູ້ຣິຈາກອະໄວຍະວະຫລາຍຂຶ້ນ. ການແພ່ລາມຂອງ ໂຄວິດ ໄດ້ສົ່ງຜົນກະທົບຕໍ່ການບໍຣິຈາກ ແລະການປ່ຽນອະໄວຍະວະ. ແຕ່ສຳຣັບຜູ້ທີ່ໄດ້ຮັບການປ່ຽນອະໄວຍະວະແລ້ວ ມັນແມ່ນການໄດ້ຄືນຊີບອີກເທື່ອໜຶ່ງ. -
ພະຍາດປາກເປື່ອຍລົງເລັບແມ່ນຫຍັງ?
ເຖິງແມ່ນວ່າພະຍາດ ປາກເປື່ອຍລົງເລັບ (Foot and Mouth Disease) ຈະບໍ່ເປັນອັນຕຣາຍຕໍ່ມະນຸດ ແຕ່ມັນສາມາດທຳລາຍສັດລ້ຽງໃນຟາມ ແລະສົ່ງຜົນກະທົບແກ່ກະສິກອນແລະເສດຖະກິດສົ່ງອອກ. ຣັຖບານກຳລັງກຽມຮັບມືກັບປັນຫານີ້ ແລະ ຄົນທີ່ເດີນທາງກັບຈາກ … -
ຂູ່ວາງຣະເບິດສະຖານທູດຈີນ ທີ່ອັງກິດ.
ຄົນອອສເຕຣເລັຍຖືກຈັບທີ່ ລອນດອນໃນຂໍ້ຫາວ່າ ຈະວາງຣະເບີດໃສ່ສະຖານທູດຈີນ. ແຕ່ຜູ້ຖືກກ່າວຫາໄດ້ປະຕິເສດຕໍ່ຂໍ້ກ່າວຫານັ້ນ. -
ທະນາຄານແຫ່ງຊາດ ຈະຖືກທົບທວນຄືນ ເປັນຄັ້ງທໍາອິດ ໃນຮອບສີ່ທົດສະວັດ.
ເພື່ອຈະໃຫ້ທະນາຄານແຫ່ງຊາດ ເປັນທະນາຄານ ທີ່ດີທີ່ສຸດ ໃນໂລກ, ຣັຖມົນຕີ ກະຊວງການຄັງ ຈຶ່ງປະກາດໃຫ້ມີການທົບທວນກ່ຽວກັບ ຄວາມຮັບຜິດຊອບ, ວັທນະທັມ, ການແຕ່ງຕັ້ງຄນະກັມການແລະເປົ້າຫມາຍເງິນເຟີ້ຂອງທະນາຄານ. ທ່ານ Angus Taylor ໂຄສົກກະຊວງການຄັງ ຂອງຝ… -
ຜົນກະທົບຂອງການພະນັນໃນ ອອສເຕຣເລັຍ.
ສະຖິຕິແຫ່ງຊາດສະແດງໃຫ້ເຫັນວ່າຊາວ ອອສເຕຣເລັຍ ໃຊ້ເງິນປະມານ 24 ພັນລ້ານຕໍ່ປີໃນການເຫຼັ້ນການພະນັນ. ເຖິງວ່ານັກຫລິ້ນພະນັນ ຈະມີຄວາມຮັບຜິດຊອບປານໃດກໍຕາມ ຄົນຜູ້ນັ້ນກໍສາມາດທີ່ຈະຕົກເປັນທາດຂອງການພະນັນໄດ້ ແລະ ຜົນກະທົບກໍຈະມີຂອບເຂດທີ່ກວ້າງ: ຈາກສ່ວນຕົວ, ຊຸມຊົນ ໄປຈົນເ… -
ພັກແຮງງານແລະການຜ່ານຮ່າງກົດໝາຍວ່າດ້ວຍພູມອາກາດ
ພັກແຮງງານ ຈະສາມາດຜ່ານຮ່າງກົດໝາຍວ່າດ້ວຍພູມອາກາດຫຼືບໍ່ ເຖິງແມ່ນວ່າຈະມີສຽງສ່ວນໃຫຍ່ໃນສະພາຕ່ຳ ແຕ່ວ່າໃນສະພາສູງແລ້ວ ພັກແຮງງານຕ້ອງການການສນັບສນູນຈາກ ພັກ ກຣີນສ໌ ແລະອີກໜຶ່ງສຽງ. ທັງຝ່າຍສນັບສນູນ ແລະ ຝ່າຍຄ້ານກໍມີທັສນະຄະຕິທີ່ແຕກຕ່າງ. -
Telehealth ແມ່ນຫຍັງ? ຜົນກະທົບ ແລະ ຄວາມສັບສົນ
ສຳຣັບຜູ້ປ່ວຍທີ່ຢູ່ໃນຊົນນະບົດແລ້ວ ການຈະໄປຫານາຍໝໍນັ້ນແມ່ນເຣື້ອງຍາກ ດັ່ງນັ້ນ ການປຶກສາທາງໂທຣະສັບຈຶ່ງເປັນທາງດຽວທີ່ຈະຊ່ອຍໄດ້. ແຕ່ການບໍຣິການຂອງອິນເຕີເນັດທີ່ບໍ່ສມ່ຳສເມີ ອາດສົ່ງຜົນກະທົບຕໍ່ການຕິດຕໍ່ໄດ້. ນອກຈາກນັ້ນ ການປ່ຽນແປງໃນການຄືນເງິນຫຼື Rebates -
ການປະຊຸມສຸດຍອດ ຂອງ ໝູ່ເກາະປາຊີຟິກ
ການປະຊຸມສຸດຍອດ ຂອງ ໝູ່ເກາະປາຊີຟິກ ໄດ້ພົບອຸປສັກເມື່່ອ ຄີຣີບັສໄດ້ຖອນໂຕຈາກການປະຊຸມ ຊຶ່ງຈະເຮັດໃຫ້ ຈີນມີບົດບາດລາຍຂຶ້ນໃນພູມິພາກ. ຈີນໄດ້ຍື່ນຂໍ້ຮຽກຮ້ອງໃຫ້ ອອສເຕຣເລັຍປະຕິບັດ...ແຕ່ນາຍົກຢືນຢັນວ່າ ຈະເຮັດເພື່ອຜົນປໂຍດຂອງປະເທດເທົ່ານັ້ນ. -
ການໃຊ້ພະລັງງານແສງຕາເວັນໃນການຮັກສາອຸນຫະພູມຂອງ ຢາວັກຊີນ
ເຄນຢາ (Kenya) ສາມາດໃຊ້ພະລັງງານແສງຕາເວັນໃນການຮັກສາອຸນຫະພູມຂອງ ຢາວັກຊີນ ໂຄວິດ 19 ເຊິ່ງສາມາດໃຊ້ໃນ ຄລີນິກເຄື່ອນທີ່ ແລະສາມາດເຂົ້າເຖິງຊຸມຊົນຫ່າງໄກໄດ້. ຄວາມສໍາເຣັດຂອງໂຄງການນີ້ ສາມາດຊ່ວຍປ່ຽນແປງ ແລະ ປັບປຸງການດູແລສຸຂະພາບທົ່ວໄປໃນທົ່ວປະເທດແລະ… -
ໂຄວິດ 19 ຣະບາດໃນເຮືອນພັກຄົນຊຣາ
ເຮືອນພັກຄົນຊຣາ St. Basil’s ໃນ Melbourne ຖືກກ່າວຫາຈາກຫນ່ວຍງານກວດກາຄວາມປອດພັຍຢູ່ບ່ອນເຮັດວຽກຂອງຣັດ ຍ້ອນທັງພະນັກງານ ແລະຜູ້ອາສັຍທີ່ມີອາຍຸຕ້ອງເສັຍຊີວິດ. ນີ້ແມ່ນປັນຫາທີ່ຊັບຊ້ຶອນ ແລະສາເຫດນັ້ນມາແຕ່ໃສ?