SBS Lao - SBS ພາສາລາວ
By SBS
Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.
Latest episode
-
ຄ່ຳຄືນຂອງມື້ເລືອກຕັ້ງ.
Peter Dutton ໄດ້ຍອມຮັບຄວາມພ່າຍແພ້ ຂອງພັກຮ່ວມ (the Coalition), ໂດຍທີ່ພັກ Labor ໄດ້ຮັບໄຊຊນະ ໃນການເລືອກຕັ້ງ ຣັຖບານກາງ ໃນປີ 2025. ຫລາຍຄົນຄາດວ່າ ຈະເປັນການເລືອກທີ່ໃກ້ຄຽງ, ແລະການນັບຄະແນນທີ່ຊັບຊ້ອນ ໃນຄືນການເລືອກຕັ້ງ. -
ຜົນກະທົບຈາກ ການເລືອກຕັ້ງຣັຖບານກາງ
ພັກຮ່ວມ (The Coalition) ກໍາລັງຈະພົບຜົນສະທ້ອນ ທີ່ຮ້າຍແຮງທີ່ສຸດ ໃນການເລືອກຕັ້ງຣັຖບານກາງ ຫລັງຈາກການສູນເສັຍຢ່າງຫນັກ ຕໍ່ Labor ໃນຄືນທີ່ຜ່ານມາ. Peter Dutton ໄດ້ສູນເສັຍທີ່ນັ່ງຂອງລາວ ແລະເຮັດໃຫ້ພັກ Liberal ຕ້ອງເລືອກຫາຜູ້ມາແທນຕຳແໜ່ງ. -
ພວກເຮົາຈະສາມາດຄາດຫວັງຫຍັງຈາກຣັຖບານ Labor ໃໝ່.
ພັກ Labor ລົງແຂ່ງຂັນ ພາຍໃຕ້ຄໍາຂວັນທີ່ວ່າ 'ການສ້າງອະນາຄົດຂອງອອສເຕຣເລັຍ (Building Australia's Future)'. Anthony Albanese ຄາດວ່າ ຍັງຄົງເປັນນາຍົກຣັຖມົນຕີ ຂອງອອສເຕຣເລັຍ-ເພາະພັກ Labor ເປັນພຽງພັກດຽວ ທີ່ສາມາດຕັ້ງຣັຖບານໄດ້. ແຕ່ຊາວອອສເຕຣເລັຍ ສາມາດຄາດຫວັງຫຍັງ ຈ… -
ຄວາມສຳຄັນຂອງໂທຣະສັບສາທາຣະນະ ຕໍ່ສັງຄົມແລະວັດທະນະທັມ.
ພວກມັນ ອາດຖືກປ່ຽນແທນ ໂດຍໂທຣະສັບມືຖື, ແຕ່ໂທຣະສັບສາທາຣະນະ ຍັງຄົງມີບົດບາດສໍາຄັນ ໃນອອສເຕຣເລັຍ. Telstra ກ່າວວ່າ ມີການໃຊ້ຫລາຍກວ່າ 25 ລ້ານເທື່ອ ຈາກໂທຣະສັບສາທາຣະນະ ໃນປີທີ່ຜ່ານມາ, ແລະຢາກເຫັນ ສາມໂທຣະສັບສາທາຣະນະ ຖືກຮັບຮູ້ວ່າ ເປັນຈຸດສຳຄັນຂອງປະເທດ. -
ຄ່າໃຊ້ຈ່າຍໃນການໃຫ້ຄຳສັນຍາຕອນຫາສຽງເລືອກຕັ້ງ.
ໃນການຫາສຽງເລືອກຕັ້ງ, ທັງສອງພັກໃຫຍ່ກໍໃຫ້ຄຳສັນຍາວ່າ ຈະເຮັດຫຼາຍຢ່າງເພື່ອຈະຊນະການເລືອກຕັ້ງ. ແຕ່ໃນຄວາມເປັນຈິງແລ້ວ, ມັນຈະເປັນໄປໄດ້ຫຼືບໍ່? -
ການໂຕ້ວາທີຄັ້ງສຸດທ້າຍກ່ອນມື້ເລືອກຕັ້ງ ຂອງສອງພັກໃຫຍ່.
ການໂຕ້ວາທີຄັ້ງສຸດທ້າຍກ່ອນມື້ເລືອກຕັ້ງ ຊຶ່ງກຸ່ມຜູ້ເຂົ້າຮ່ວມຕັດສິນໄດ້ຍົກໃຫ້ ນາຍົກຣັຖມົນຕີເປັນຜູ້ຊນະ... ແຕ່ໃຜຈະເປັນຜູ້ຊນະແທ້ ກໍຕ້ອງແມ່ນຫຼັງຈາກມື້ເລືອກຕັ້ງ ໃນວັນທີ 3 ພຶດສະພານີ້. -
ປັນຫາເລື້ອງຄວາມອ່ອນໃນວິຊາເລກ ໃນໂຮງຮຽນ
ສະຖາບັນ Grattan ກ່າວວ່າ ນັກຮຽນຫນຶ່ງໃນສາມຄົນ ໃນໂຮງຮຽນ ອອສເຕຣເລັຍ ບໍ່ສາມາດຜ່ານການທົດສອບ ຄວາມຊໍານານໃນວິຊາເລກ. ລາຍງານໃຫມ່, ຍັງກ່າວອີກວ່າ ອອສເຕຣເລັຍ ໄດ້ຫລຸດຄວາມສໍາຄັນ ຂອງວິຊາເລກ, ໂດຍທີ່ຣັຖບານ ຊ້າເກີນໄປ ທີ່ຈະກໍາຈັດວິທີການສອນທີ່ "ຮັບຄວາມນິຍົມ" -
ການໂຕ້ວາທີ ລະຫວ່າງຜູ້ນຳສອງພັກໃຫຍ່.
ຜູ້ນໍາຂອງທັງສອງພັກໃຫຍ່ ໄດ້ພົບກັນ ໃນການໂຕ້ວາທີ ຂອງຜູ້ນໍາຄັ້ງທີສອງ ທີ່ຈັດຂຶ້ນໂດຍ ABC. ນະໂຍບາຍ ເລື່ອງທີ່ຢູ່ອາສັຍ ແລະບັນຫາເລື່ອງຄວາມໝັ້ນຄົງຂອງຊາດ ໄດ້ເປັນຫົວຂໍ້ໃຫຍ່ ໃນການໂຕ້ວາທີ ລະຫວ່າງ ນາຍົກຣັຖມົນຕີ Anthony Albanese ແລະຜູ້ນໍາຝ່າຍຄ້ານ Peter Dutton. -
ອີກປະເດັນນຶ່ງຂອງການຫາສຽງ.
ມີລາຍງານວ່າ ຣັສເຊັຍ ໄດ້ຂໍຮ້ອງອິນໂດນີເຊັຍ ໃຫ້ອະນຸຍາດຕັ້ງຖານທັບອາກາດ ສຳລັບຍົນບິນໄກ ໃນແຂວງ Papua ຂອງອິນໂດນີເຊັຍ... ແລະນີ້ກໍກາຍເປັນປະເດັນການເມືອງໃນ ອອສເຕຣເລັຍ ເມື່ອມື້ເລືອກຕັ້ງໄດ້ໃກ້ເຂົ້າມາ. -
ປະເດັນສຳຄັນ ໃນການເລືອກຕັ້ງໃນ Torres Strait.
ຜູ້ອອກສຽງເລືອກຕັ້ງ ຢູ່ໃນເຂດ Torres Strait ກໍາລັງຕຽມພ້ອມ ທີ່ຈະອອກສຽງ ໃນການເລືອກຕັ້ງ ໃນເດືອນພຶດສະພານີ້. ການປ່ຽນແປງຂອງສະພາບອາກາດ ແລະຄວາມຫມັ້ນຄົງຂອງນ້ຳ ໄດ້ກາຍເປັນປະເດັນສໍາຄັນ ໃນການອອກສຽງຂອງຜູ້ນໍາ.